ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ສ ເກົາຫຼີ​ ໄດ້​ສົ່ງ​ລົດ​ຕັງ​ຫຼັກ​ຮຸ້ນ k2 Black Panther
ເຂົ້າ​ຮ່ວມໂຄງການ​ຈັດ​ຊື້​ລົດ​ຕັງ​ຂອງ​ກອງທັບ ​ໂອ​ມັນ


     ບໍລິສັດ​ຮຸນ​ໄດ​ຂອງ ສ ເກົາຫຼີ ໄດ້​ເປີດເຜີຍ​ວ່າ: ມີ​ທ່າ​ທີ​ຄວາມ​ເປັນ​ໄປ​ໄດ້​ໃນ​ການ​ຂາຍ​ລົດ​ຕັງ​ຫຼັກ​ທີ່​ຜະລິດ​ເອງ​ພາຍ​ໃນ​ປະເທດ​ຮຸ້ນ
k2 Black Panther ໃຫ້​ແກ່​ປະເທດ ​ໂອ​ມັນ​ ໃນ​ຈຳນວນ​ທີ່​ຕ້ອງ ການ​ຂອງ​ກອງທັບ ປະມານ 72 ຄັນ ເຊິ່ງ​ລວມ​ມູນ​ຄ່າ​ຂອງ​ໂຄງການ​
ຈັດ​ຊື້​ດັ່ງກ່າວ​ຫຼາຍ​ເຖິງ 884,6 ລ້ານ​ໂດ​ລາ​ສະຫະລັດ.

     ລົດ​ຕັງ​ຫຼັກ k2 Black Panther ທີ່​ສົ່ງ​ເຂົ້າ​ໂຄງການ​ຈັດ​ຊື້​ດັ່ງກ່າວ​ນັ້ນ​ ເຊິ່ງ​ເປັນ​ລຸ້ນ​ປັບປຸງ​ເພື່ອ​ໃຫ້​ໃຊ້​ງານ​ໃນ​ສະພາບ​ພູມີ​ປະເທດ​
ເຂດ​ຮ້ອນ​ທີ່​ມີ​ທະເລຊາຍ ການ​ດັດແປງ​ປັບປຸງ​ນັ້ນ​ໄດ້ແກ່: ການ​ປັບປຸງ​ລະບົບ​ລະບາຍ​ຄວາມ​ຮ້ອນ ແລະ ເຄື່ອງ​ປັບ​ອາກາດ​ພາຍ​ໃນ​ລົດ ເພື່ອ
​ສະດວກ​ໃຫ້​ແກ່​ກຳລັງ​ພົນ​ຢູ່​ພາຍ​ໃນ​ລົດ ລວມ​ໄປ​ເຖິງ​ການ​ພົ່ນ​ສີ ແລະ ພາ
ກສ່ວນ​ອື່ນໆ. ປະເທດ ​ໂອ​ມັນ​ ເປີດ​ໂຄງການ​ຈັດ​ຊື້​ລົດ​ຕັງ​ຫຼັກ​
ໃໝ່​ ຈຳນວນ 76 ຄັນ ​ເພື່ອ​ຈະ​ນຳ​ເຂົ້າ​ມາ​ທົດ​ແທນ​ລົດ​ຕັງ​ຫຼັກ​ ຮຸ້ນ​ເກົ່າ​ທີ່​ໃຊ້​ໃນ​ກອງທັບ​ຂອງ​ຕົນ​ມາ​ເປັນ​ເວລາ​ດົນ​ນານ​ແລ້ວ ເຊິ່ງ​ປັດຈຸບັນ
​ນີ້, ກອງທັບ​ໂອ​ມັນ​ ເປັນ​ຜູ້​ໃຊ້​ງານ​ພຽງ​ປະເທດ​ດຽວ​ໃນ​ໂລກ​ທີ່​ໃຊ້​ງານ​ລົດ​ຕັງ​ຮຸ້ນ Challenger 2 ນອກຈາກ​ປະເທດ​ ອັງກິດ ນອກ​ນັ້ນ
​ເປັນ​ລົດ​ຕັງ​ຫຼັກ​ເກົ່າ​ຮຸ້ນ M60A1 ແລະ M60A3 TTS ຂອງ​ສະຫະລັດ​ອາ​ເມ​ຣິ​ກາ​ ທີ່​ມີ​ຄວາມ​ຈຳ​ເປັນຈັດ​ຊື້​ມາ​ທົດ​ແທນຖ້າ​ຫາກ​ກອງ
ທັບ​ໂອ​ມັນ ​ຈັດ​ຊື້​ລົດ​ຕັງ k2 Black Panther ມາ​ໃຊ້​ງານ​ຈະ​ເຮັດ​ໃຫ້​ກອງທັບ​ໂອ​ມັນ ​ເປັນ​ຜູ້​ໃຊ້​ງານ​ລົດ​ຕັງ k2 Black Panther
ພຽງ​ປະເທດດຽວນອກຈາກ ສ ເກົາຫຼີ.

ແຫຼ່ງທີ່ມາ: ໜັງສືພິມກອງທັບ
ວັນທີ 26/03/2024